株式会社アーミップ ບໍລິສັດຫຸ້ນສ່ວນ AMIP

先輩たちの声 ສຽງຈາກລຸ້ນອ້າຍເອື້ອຍ

  • HOME
  • 先輩たちの声

MECKHASINH店長見習い

ສະບາຍດີທຸກຄົນຂ້ອຍຊື່ນັດທະລີ ມາຈາກນະຄອນຫຼວງວຽງຈັນສ.ປ.ປ.ລາວ.
ຮຽນຈົບຈາກຄະນະອັກສອນສາດພາກວິຊາພາສາຍີ່ປຸ່ນມ.ຊສົກປີ2014
ແລະເຄີຍໄດ້ມາຮຽນແລກປ່ຽນໄລຍະສັ້ນໜຶ່ງປີຢູ່ທີ່ມະຫາວິທະຍາໄລ Senshu ໃນປີ 2012-13.
ຫຼັງຈາກຮຽນຈົບກໍມີໂອກາດໄດ້ເຮັດວຽກຢູ່ບໍລິສັດ H.I.S LAO ແລະອົງການ JETRO Vientiane ໄລຍະໜຶ່ງ.
ຍ້ອນມີຄວາມມັກແລະສົນໃຈໃນດ້ານການບໍລິການໂດຍສະເພາະການບໍລິການຂອງປະເທດຍີ່ປຸ່ນ ເຊິ່ງຖືວ່າຢູ່ໃນອັນດັບຕົ້ນໆຂອງໂລກ, ລວມທັງວັດທະນະທຳຄວາມເປັນລະບຽບຮຽບຮ້ອຍຂອງຍີ່ປຸ່ນ. ຄ່າແຮງງານສະຫວັດດີການແລະຜົນຕອບແທນກໍສູງ(ທຽບເທົ່າຄົນຍີ່ປຸ່ນ) ທີ່ສຳຄັນໄດ້ຮຽນຮູ້ນຳໃຊ້ພາສາຍີ່ປຸ່ນທຸກໆມື້, ຈຶ່ງຕັດສິນໃຈຢາກມາເຮັດວຽກຢູ່ນີ້ກັບບໍລິສັດ AMIP ແຂວງກຸນມະ.
ກ່ອນຈະໄດ້ເປັນພະນັກງານເຕັມໂຕນັ້ນກໍໄດ້ມີໂອກາດມາຝຶກງານແລະຜ່ານການສອບເສັງທັກສະທີ່ນຳໃຊ້ໃນອຸດສາຫະກຳອາຫານສຳລັບຄົນຕ່າງປະເທດ, ເຊິ່ງເຮັດໃຫ້ຂ້ອຍໄດ້ຮຽນຮູ້ກ່ຽວກັບທັກສະພື້ນຖານຂໍ້ມູນດ້ານສຸຂະອານະໄມ, ດ້ານການບໍລິການ ແລະດ້ານການປຸງແຕ່ງໃຫ້ຖືກຫຼັກການເຊິ່ງມັນເປັນປະໂຫຍດຕໍ່ວຽກງານທີ່ກຳລັງເຮັດໂດຍກົງ.
ຖ້າໃຜທີ່ຕັ້ງໃຈຢາກມາເຮັດວຽກຂະແໜງການບໍລິການດັ່ງກ່າວ ແນະນຳໃຫ້ຮຽນກຽມສອບເສັງວິຊານີ້ໄວ້, ເພາະມັນຈະເປັນປະໂຫຍດຕໍ່ເຮົາແລະວຽກງານໃນຕໍ່ໜ້າແນ່ນອນ. ແຕ່ເດືອນ10ປີ2019ຂ້ອຍກໍໄດ້ເຂົ້າເປັນພະນັກງານຂອງບໍລິສັດ AMIP ແລະໄດ້ສັງກັດຢູ່ພາກສ່ວນຂອງຮ້ານ MOS Burger. ແນ່ນອນວ່າຊ່ວງທຳອິດກໍມີຄວາມກັງວົນຫຼາຍໆຢ່າງ ໂດຍສະເພາະເລື່ອງພາສາແລະການຮຽນຮູ້ໄປພ້ອມໆກັບການປັບໂຕໃຫ້ເຂົ້າກັບສະພາບແວດລ້ອມແລະອາກາດຂອງຍີ່ປຸ່ນ.
ເຊິ່ງພາສາເປັນສິ່ງຈຳເປັນທີ່ສຸດທີ່ເຮົາຈະຕ້ອງໄດ້ໃຊ້ພົວພັນສື່ສານໃນການເຮັດວຽກນີ້. ຄວາມກັງວົນຕ່າງໆກໍມີແຕ່ຊ່ວງທຳອິດ ຫຼັງຈາກທີ່ເຂົ້າໃຈເນື້ອຫາ, ປັບໂຕໄດ້ແລະລຶ້ງເຄີຍກັບວຽກງານແລ້ວ, ການເຮັດວຽກຢູ່ນີ້ກໍມ່ວນແລະທ້າທາຍຂຶ້ນທຸກມື້.
ນອກຈາກນີິ້ຍັງມີການຍ້ອງຍໍຈາກບໍລິສັດພ້ອມທັງໄດ້ຮັບລາງວັນເປັນເງິນຈຳນວນໜຶ່ງ, ເຮັດໃຫ້ເຂົ້າໃຈວ່າການເຮັດຜິດພາດຈະເປັນປະໂຫຍດຕໍ່ວຽກງານໃນຕໍ່ໜ້າ.
ວຽກຈຸດໃດທີ່ມີບັນຫາຫຼືບໍ່ເຂົ້າໃຈຫົວໜ້າແລະເພື່ອນຮ່ວມງານກໍຈະຊ່ວຍຢ່າງເຕັມທີ່.
ບັນຫາໃດທີ່ຍັງປັບໂຕບໍ່ໄດ້ຫຼືມີຂໍ້ກັງວົນສົງໄສຫຍັງກໍສາມາດປຶກສາກັບຝ່າຍບຸກຄະລາກອນໄດ້ເໝີ ເຂົາເຈົ້າພ້ອມທີ່ຈະໃຫ້ຄຳປຶກສາແລະຫາທາງອອກທີ່ດີແລະເໝາະສົມໃຫ້ກັບພະນັກງານທຸກຄົນ.
ວ່າດ້ວຍເລື່ອງອາຫານລາວ, ທຳອິດກໍກັງວົນວ່າວັດຖຸດິບແລະເຄື່ອງປຸງຈະຫາຊື້ຢູ່ນີ້ບໍ່ໄດ້ແລະຄົງຈະບໍ່ໄດ້ກິນອາຫານລາວ.
ແຕ່ວ່າພາຍຫຼັງທີ່ໄດ້ມາອາໄສຢູ່ເມືອງທະກະຊະກິກໍໄດ້ຮູ້ວ່າເຂດທີ່ອາໄສຢູ່ມີຮ້ານຂາຍວັດຖຸດິບແລະເຄື່ອງປຸງທີ່ມາຈາກໄທ, ຫາຊື້ໄດ້ງ່າຍສາມາດນຳມາປຸງແຕ່ງເປັນອາຫານລາວໄດ້. ຂ້ອຍດີໃຈຫຼາຍແລະບໍ່ເປັນຫ່ວງວ່າຈະບໍ່ໄດ້ກິນອາຫານລາວ. ສຸດທ້າຍນີ້, ກໍຢາກຝາກເຖິງຄົນທີ່ກຳລັງຮຽນພາສາຍີ່ປຸ່ນຢູ່ແລະສົນໃຈຢາກມາເຮັດວຽກຢູ່ຍີ່ປຸ່ນວ່າການເຮັດວຽກຢູ່ຕ່າງປະເທດບໍ່ວ່າຈະປະເທດໃດກໍຕາມ, ຖ້າຢາກທີ່ຈະເຮັດວຽກຢູ່ປະເທດນັ້ນໆແລ້ວ ໂດຍສະເພາະວຽກທີ່ຕ້ອງໃຊ້ພາສາໃນການສານ, ກໍຢາກໃຫ້ກຽມພາສາໃຫ້ພ້ອມສື່ສານໃຫ້ໄດ້ໃນລະດັບN3ຂຶ້ນໄປກໍຍິ່ງເປັນການດີ, ເພາະຖ້າເຮົາສື່ສານເຂົ້າໃຈວຽກງານກໍຈະເດີນໄດ້ໄວ, ຄວາມສາມາດທາງດ້ານພາສາກໍຈະພັ