株式会社アーミップ ບໍລິສັດຫຸ້ນສ່ວນ AMIP

先輩たちの声 ສຽງຈາກລຸ້ນອ້າຍເອື້ອຍ

  • HOME
  • 先輩たちの声

PHONETHIP

ສະບາຍດີໝູ່ເພື່ອນ,ອ້າຍ,ເອື້ຶອຍ,ນ້ອງທີ່ເຄົາລົບແລະນັບຖືເປັນຢ່າງສູງ, ຂ້າພະເຈົ້າຊື່ນາງພອນທິບ ມາຈາກເມືອງປາກລາຍແຂວງໄຊຍະບູລີ ມາດຳລົງຊີວິດຢູ່ປະເທດຍີ່ປຸ່ນໃນວັນທີ7 ເດືອນ12 ປີ2019.
ຂ້າພະເຈົ້າຮູ້ສຶກດີໃຈຫຼຼາຍທີ່ໄດ້ມີໂອກາດມາເລົ່າປະສົບການໃນການດຳລົງຊີວິດແລະການເຮັດວຽກຢູ່ປະເທດຍີ່ປຸ່ນໃຫ້ທຸກຄົນໄດ້ຮັບຮູ້ນຳກັນ. ກ່ອນອື່ນໝົດຂ້າພະເຈົ້າຈະມາເວົ້າເລື່ອງສະພາບພູມິປະເທດ ເຊິ່ງປະເທດຍີ່ປຸ່ນເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເພາະເປັນປະເທດທີ່ມີທະເລ ແລະຍັງເປັນປະເທດທີ່ສະອາດສວຍງາມມີສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກຂອງແຕ່ລະແຂວງ. ຍີ່ປຸ່ນມີທັງໝົດ47ແຂວງດ້ວຍກັນ ແຕ່ແຂວງທີ່ຂ້າພະເຈົ້າຢູ່ແຂວງກຸນມະເມືອງທະກະຊະກິ, ປີ2019 ເດືອນ10 ແຂວງມີປະຊາກອນທັງໝົດ 1.938ລ້ານຄົນ, ເຂດນີ້ເປັນເຂດທີ່ບໍ່ມັກເກີດແຜ່ນດິນໄຫວໃຫຍ່ແລະຊຶນະມິ. ສຳລັບແຫຼຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງແຂວງນີ້ແມ່ນ ອິກະໂຫະອົງເຊັນ, ຄຸສະຊຶອົງເຊັນແລະຍັງມີອີກຫຼຼາຍໆແຫ່ງ. ມີ4ລະດູຄື: ລະດູໃບໄມ້ປົ່ງ,ລະດູຮ້ອນ,ລະດູໃບໄມ້ຫຼຼົ່ນ,ລະດູໜາວ.
ແຕ່ລະລະດູການຈະມີສະພາບອາກາດທີ່ແຕກຕ່າງຈາກປະເທດລາວຫຼຼາຍຮອດລະດູໜາວກໍ່ຈະໜາວຈັດເພາະອຸນຫະພູມຕິດລົບ, ລະຮ້ອນກໍ່ຮ້ອນຈັດແຕ່ຈະມີລົມແຮງ. ອາຫານຂອງແຕ່ລະໆດູກໍ່ຈະແຕກຕ່າງກັນໄປ.
ຂໍ້ດີຂອງການດຳລົງຊີວິດຢູ່ປະເທດນີ້ກໍ່ຄືການໄປມາສະດວກສະບາຍຫຼຼາຍເພາະວ່າຍານພາຫະນະມີຫຼາຍຢ່າງໃຫ້ເລືອກໃຊ້ບໍລິການເຊັ່ນ ລົດເມ,ລົດໄຟຄວາມໄວສູງ,ລົດແທັກຊີ້,ລົດໄຟ,ລົດໄຟໃຕ້ດິນ ສາມາດເລືອກຂີ່ຕາມໃຈໄດ້.
ເຄື່ອງໃຊ້ສອຍຕ່າງໆແມ່ນທັນສະໄໝແລະສະດວກສະບາຍຫຼາຍເພາະມີຫ້າງສັບພະສິນຄ້າຫຼາຍໆແຫ່ງ.
ຂໍ້ເສຍກໍຄືຄ່າຄອງຊີບຂອງບ້ານເພິ່ນແພງກ່ອນບ້ານເຮົາຫຼາຍເທົ່າຍ້ອນຊື້ເຄື່ອງອຸປະໂພກ,ບໍລິໂພກທຸກຄັ້ງແມ່ນຕ້ອງໄດ້ເສຍພາສີທຸກໆຄັ້ງ.
ສຳລັບອາຫານການກິນຂອງບ້ານເພິ່ນແມ່ນຈະບໍ່ກິນລົດເຜັດຄືກັບບ້ານເຮົາຖ້າທ່ານໃດມັກອາຫານລົດເຜັດກໍ່ສາມາດຊື້ວັດຖຸດິບຈາກຮ້ານໄທມາປຸງແຕ່ງລົດຊາດຕາມໃຈມັກໄດ້. ສຳລັບເລື່ອງການເຮັດວຽກຂ້າພະເຈົ້າແມ່ນເຮັດນຳບໍລິສັດAMIP GROUPຮ້ານMOS burger ໜ້າວຽກຫຼັກໆກໍ່ຈະແມ່ນບໍລິການລູກຄ້າ,ເຮັດອາຫານ,ເປີດ-ປິດຮ້ານເປັນຫຼັກ.
ສິ່ງສຳຄັນສຳລັບຮ້ານອາຫານໃນປະເທດຍີ່ປຸ່ນຄືທຸກຢ່າງຕ້ອງສະອາດ,ມີຄວາມໄວ ແລະເກີດຄວາມຜິດພາດໃຫ້ໜ້ອຍທີ່ສຸດ.
ອີກປະການໜຶ່ງຄືເພິ່ນຈະເຄັ່ງຄັດເລື່ອງເວລາໃນການເຂົ້າ-ອອກໃນການເຮັດວຽກແລະຕ້ອງເຮັດຕາມກົດລະບຽບທີ່ທາງບໍລິສັດວາງອອກໃຫ້ທຸກປະການ. ສຳລັບຂໍ້ດີຂອງບໍລິສັດນີ້ແມ່ນ ເງິນເດືອນພື້ນຖານ,ສະຫວັດດີການທຸກໆຢ່າງແມ່ນທຽບເທົ່າກັນກັບຄົນຍີ່ປຸ່ນທຸກປະການ, ສິ່ງສຳຄັນ ເວລາບໍ່ສະບາຍຫຼືມີເຫດການສຸກເສີນທາງບໍລິສັດເພິ່ນຈະເຂົ້າມາຊ່ວຍທັນທີ. ຖືວ່າບໍລິສັດນີ້ເປັນບໍລິສັດທີ່ດີຫຼາຍ ຂ້າພະເຈົ້າຮູ້ສຶກພູມໃຈຫຼາຍທີ່ໄດ້ມີໂອກາດມາຮ່ວມເຮັດວຽກກັບພວກເພິ່ນ.
ທີ່ສຳຄັນຄືຕ້ອງໄດ້ພາສາຍີ່ປຸ່ນເພາະໜ້າວຽກທຸກຢ່າງແມ່ນໃຊ້ພາສາຍີ່ປຸ່ນ, ຖ້າໄດ້ພາສາຍີ່ປຸ່ນຈະໄດ້ສື່ສານກັບລູກຄ້າແລະເວລາຫົວໜ້າສັ່ງວຽກຈະໄດ້ສະດວກສະບາຍ.