株式会社アーミップ ບໍລິສັດຫຸ້ນສ່ວນ AMIP

先輩たちの声 ສຽງຈາກລຸ້ນອ້າຍເອື້ອຍ

  • HOME
  • 先輩たちの声

PHOUTDAVANH

ສະບາຍດີ
ຂ້ອຍຊື່ ພຸດດາວັນ ລັດສະໝີ (ປຸຍ) ຮຽນຈົບຈາກພາກວິຊາພາສາຍີ່ປຸ່ນມະຫາວິທະຍາໄລແຫ່ງຊາດ.
ຫຼັງຈາກຮຽນຈົບກໍໄດ້ເລິ່ມເຮັດວຽກຢູ່ລາວແລະໄທປະມານປີເຄິ່ງ.ຫນ້າວຽກຫຼັກໆໃນການເຮັດວຽກກໍເປັນລ່າມແລະແປເອກະສານຕ່າງໆ ຈາກລາວ-ຍີ່ປຸ່ນ,ຍີ່ປຸ່ນ-ລາວ.ໂດຍສ່ວນໂຕແລ້ວມັກວຽກທາງດ້ານລ່າມຫຼາຍກວ່າແປເອກະສານເພາະເປັນຄົນມັກເວົ້າມັກລົມ.
ແຕ່ເມື່ອເຮັດໄປໄດ້ໄລຍະໜຶ່ງກໍເລິ່ມຄິດຮອດການໃຊ້ຊີວິດຢູ່ຍີ່ປຸ່ນຕອນສະໄຫມມາຮຽນແລກປ່ຽນຄິດຮອດການໃຊ້ຊີວິດອິດສະຫຼະ,ຄວາມສະອາດ,
ການແຕ່ງໂຕແບບອິດສະຫຼະໄປຮຽນ,ຮຽນໄປນໍາຫາເງິນໄປນໍາມີລາຍເສີມ,ສາມາດຊື້ໃນສິ່ງທີ່ຕົນຢາກໄດ້.ກໍ່ໄດ້ລິເລິ່ມຫາທາງກັບມາຍີ່ປຸ່ນໃນຕອນນັ້ນຄິດ ແຕ່ວ່າທາງດຽວທີ່ຈະສາມາດກັບມາໄດ້ຄືຕ້ອງເສັງໃຫ້ໄດ້ທຶນມາຮຽນຕໍ່ຖ້າໄປເຮັດວຽກຄົງຈະຍາກເພາະພາສາຍີ່ປຸ່ນກໍບໍ່ໄດ້ເກັ່ງຮຽນກໍຮຽນຈົບແຕ່ພາສາຍີ່ ປຸ່ນແຕ່ດ້ວຍຄວາມບັງເອີນພໍດີໄດ້ຍິນລຸ້ນອ້າຍວ່າຈະມາເຮັດວຽກຢູ່ຍີ່ປຸ່ນມາເລີຍໄດ້ໂອກາດຖາມລາຍລະອຽດກ່ຽວກັບການມາເຮັດວຽກຢູ່ຍີ່ປຸ່ນແລະລຸ້ນ ອ້າຍກໍແນະນໍາວຽກໃຫ້.
1.ຫຼາຍຄົນຄືຊິສົງໃສວ່າມາເຮັດວຽກຢູ່ຍີ່ປຸ່ນຖືວິຊ່າຫຍັງ?
ຕອນນີ້ແມ່ນຖືວິຊ່າໂຕກຸເຕກິໂນອິຈິໂກະ.ເປັນວິຊ່າສໍາລັບການເຮັດວຽກທັກສະສະເພາະກ່ຽວກັບການເຮັດວຽກຢູ່ຮ້ານອາຫານ.
2.ເລື່ອງການເຮັດວຽກເປັນແນວໃດ?ທຳອິດແນ່ນອນກ່ອນຈະເລິ່ມເຮັດວຽກທຸກຄົນກໍຕ້ອງຮູ້ສຶກກົດດັນກ່ຽວກັບວຽກຊິເຮັດໄດ້ບໍ່?
ເພາະບໍ່ເຄີຍມີປະສົບການເຮັດວຽກຢູ່ຮ້ານອາຫານຍີ່ປຸ່ນລະບົບການເຮັດວຽກຈະເປັນແນວໃດ?
ຕ້ອງໃຊ້ຄໍາສັບເວົ້າກັບລູກຄ້າແນວໃດ?ແຕ່ລະມື້ຕ້ອງເຮັດຫຍັງແດ່?
ເກີດຄໍາຖາມເຕັມໄປຫມົດໃນຫົວ.ແຕ່ຫຼັງຈາກໄດ້ເລິ່ມເຮັດມື້ທຳອິດກໍຍັງຮູ້ສຶກກົດດັນງົງແຕ່ກໍຍັງດີທີ່ມີຫມູ່ເຮັດວຽກນໍາໃຈດີສອນວຽກບໍ່ ເຂົ້າໃຈສາມາດຖາມໄດ້,ຄ່ອຍບອກຄ່ອຍສອນວິທີເຮັດວຽກໃຫ້.ເວລາໃນການເຮັດວຽກແມ່ນ8ຊົ່ວໂມງ/1ມື້.ພັກ30ນາທີ-1ຊົ່ວໂມງ.
3.ອາທິດຫນຶ່ງເຮັດວຽກຈັກມື້?ພັກຈັກມື້?ສໍາລັບມື້ພັກແມ່ນສ່ວນຫຼາຍຈະໄດ້ພັກມື້ວັນທຳມະດາຫຼືສາມາດມາດພັກຕາມມື້ທີ່ເຮົາຂໍພັກໄດ້ ຍົກເວັ້ນເສົາ-ອາທິດ.ສະເລ່ຍໜື່ງເດືອນກໍພັກ6ມື້.
4.ການໃຊ້ຊີວິດຢູ່ຍີ່ປຸ່ນເປັນແນວໃດຄ່າຄອງຊີບແພງບໍ່?ເງິນເດືອນພໍໃຊ້ພໍເກັບບໍ່?
ສໍາລັບຄ່າຄອງຊີບຢູ່ຍີ່ປຸ່ນແມ່ນແພງກວ່າຢູ່ລາວແນ່ນອນໂຕນີ້ຄິດວ່າທຸກຄົນອາດຈະຮູ້ດີ.ການໃຊ້ຊີວິດຂອງຄົນເຮົາແຕກຕ່າງກັນເກັບເງິນໄດ້ຫຼືບໍຂຶ້ນກັບເຮົາເອງ.ຖ້າເຮົາບໍ່ໄປຫຼິ້ນໄປທ່ຽວຫຼາຍກໍສາມາດເກັບເງິນໄດ້.ອາຫານການກິນສ່ວນຫຼາຍມັກຈະຊື້ມາເຮັດກິນເອງຫຼືຈະເລືອກຊື້ອາຫານເຄິ່ງລາຄາເພາະຊຸບເປີ ມາດເກັດຢູ່ຍີ່ປຸ່ນສ່ວນຫຼາຍມັກລົດເຄິ່ງລາຄາຕອນໃກ້ຈະປິດຮ້ານນີ້ຄືຈຸດດີທີ່ເຮັດໃຫ້ເຮົາສາມາດປະຫຍັດໄດ້ໃນສ່ວນໜຶ່ງ.
5.ເລື່ອງທີ່ຢູ່ອາໃສ?
ຕອນນີ້ແມ່ນເຊົ່າບ້ານຂອງບໍລິສັດໃກ້ກັບບ່ອນເຮັດວຽກຂີ່ລົດຖີບ10ນາທີ.ຄ່າເຊົ່າເດືອນຫນຶ່ງ25,000ເຢນລວມຄ່ານໍ້າຄ່າໄຟຄ່າອິນເຕີ ເນັດ.
6.ຈຸດດີຂອງການມາເຮັດຢູ່ຍີ່ປຸ່ນສໍາລັບຂ້ອຍສ່ວນໂຕແລ້ວແມ່ນໄດ້ຮຽນຮູ້ການເຮັດວຽກແບບລະອຽດກັບຄົນຍີ່ປຸ່ນ,,ໄດ້ພັດທະນາທັກສະຂອງໂຕເອງ,
ຮຽນຮູ້ການບໍລິການດ້ວຍໃຈອ່ອນນ້ອມແບບສະໄຕຣຍີປຸ່ນ,ເຮັດໃຫ້ໂຕເອງເຂັ້ມແຂງຂຶ້ນ,ຮຽນຮູ້ທີ່ຈະເອົາໂຕລອດຈາກຕ່າງຖິ່ນ,ຮຽນຮູ້ວິທີແກ້ໄຂບັນຫາ ດ້ວຍໂຕເອງໄດ້ເຫັນຫຼາຍສິ່ງຫຼາຍຢ່າງທີ່ບ້ານເຮົາບໍ່ມີ.
ສຸດທ້າຍສໍາລັບໃຜທີ່ຢາກມາເຮັດວຽກຢູ່ຍີ່ປຸ່ນຕ້ອງກຽມໂຕແນວໃດເຮັດແນວໃດຈຶ່ງຈະໄດ້ມາຢາກແນະນໍາວ່າໃຫ້ຕັ້ງໃຈຮຽນພາສາຍີ່ປຸ່ນພະຍາຍາມຝຶກໃຊ້ພາສາຍີ່ປຸ່ນໃນຕົວຈິງໃຫ້ຫຼາຍຂຶ້ນເພື່ອຈະບໍ່ເປັນບັນຫາຫຍຸ້ງຍາກໃຫ້ແກ່ຕົນໃນການສົນທະນາເວລາມາຍີ່ປຸ່ນ.
ຖ້າຫາກສົນໃຈນອກເຫນືອຈາກສິ່ງທີ່ກ່າວມາກໍສາມາດສອບຖາມ
ລາຍລະອຽດໄດ້ທີ່ phoutdavanh15@gmail.com