株式会社アーミップ ບໍລິສັດຫຸ້ນສ່ວນ AMIP

先輩たちの声 ສຽງຈາກລຸ້ນອ້າຍເອື້ອຍ

  • HOME
  • 先輩たちの声

PRACHOMPHONE

ສະບາຍດີ ຂ້າພະເຈົ້າເປັນຄົນທາງແຂວງສະຫວັນນະເຂດພາກກາງຕອນໃຕ້ຂອງສ.ປ.ປ.ລາວ,
ໄດ້ເລີ່ມຮຽນພາສາຍີ່ປຸ່ນຕັ້ງແຕ່ປີ2009ເປັນຕົ້ນມາຢູ່ທີ່ມະຫາວິທະຍາໄລແຫ່ງຊາດຄະນະອັກສອນສາດ.
ໃນຊ່ວງເວລາທີ່ຂ້າພະເຈົ້າສຶກສາຢູ່ນັ້ນແມ່ນໄດ້ມີໂອກາດມາທັດສະນະສຶກສາຮຽນຮູ້ຢູ່ທີ່ປະເທດຍີ່ປຸ່ນ3ຄັ້ງດ້ວຍກັນ ບໍ່ວ່າຈະເປັນໂປຣແກຣມໄລຍະສັ້ນແລະໄລຍະ1ປີ. ໃນໄລຍະ1ປີນັ້ນແມ່ນໄດ້ມາສຶກສາຢູ່ທີ່ມະຫາວິທະຍາໄລ Kumamoto.
ການມາຍີ່ປຸ່ນແຕ່ລະຄັ້ງແມ່ນໄດ້ຮຽນຮູ້ສິ່ງໃໝ່ໆໃຫ້ກັບໂຕເອງ,
ໄດ້ຮຽນຮູ້ກ່ຽວກັບການໃຊ້ຊີວິດຂອງຄົນຍີ່ປຸ່ນຂອງແຕ່ລະທ້ອງຖິ່ນແລະໄດ້ສຳພັດກັບບັນຍາກາດແລະທ່ອງທ່ຽວຂອງແຂວງຄຸມາໂມະໂຕະເປັນຕົ້ນແມ່ນຫໍປະສາດຄຸມາໂມະໂຕະ ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງເຂດນັ້ນ.
ແລະພາຍຫຼັງຈົບແມ່ນໄດ້ມີໂອກາດກັບມາເຮັດວຽກຢູ່ທີ່ປະເທດຍີ່ປຸ່ນອີກຄັ້ງຢູ່ທີ່ແຂວງກຸນມະ ເຮັດຢູ່ບໍລິສັດ AMIP Group ເຊິ່ງໄດ້ເຮັດວຽກກ່ຽວກັບກ່ນບໍລິການລູກຄ້າ
ແລະໃນຊ່ວງເວລາທີ່ເຮັດວຽກຢູ່ນີ້ແມ່ນໄດ້ຮູ້ຈັກກ່ຽວກັບມາລະຍາດການໃຫ້ບໍລິການລູກຄ້າຂອງຍີ່ປຸ່ນຫຼາຍຂຶ້ນ. ເປັນຕົ້ນວ່າ ລູກຄ້າທີ່ມາໃຊ້ບໍລິການແລ້ວໂອກາດໜ້າໃຫ້ກັບມາໃຊ້ບໍລິການອີກຄັ້ງ. ການມາເຮັດວຽກໃນຄັ້ງນີ້ ເຖິງແມ່ນວ່າໃນເບື້ອງຕົ້ນຈະບໍ່ຄ່ອຍລຶ້ງເຄີຍກັບສະພາບອາກາດໜາວເຢັນຂອງແຂວງພໍປານໃດ ແຕ່ມາຮອດປັດຈຸບັນນີ້ແມ່ນລຶ້ງເຄີຍກັບທຸກລະດູຂອງປະເທດຍີ່ປຸ່ນແລ້ວ.
ໃນຊ່ວງເວລາເຮັດວຽກນີ້ແມ່ນໄດ້ມີວັນຢຸດແລະວັນພັກຜ່ອນຕາມລະບຽບຂອງບໍລິສັດວາງອອກແລະໃນຊ່ວງວັນຢຸດນັ້ນ ແມ່ນເຮົາສາມາດໄປຜ່ອນຄາຍກັບແຫຼ່ງທ່ອງທ່ຽວທີ່ງົດງາມຂອງແຂວງກຸນມະອີກດ້ວຍເປັນຕົ້ນແມ່ນ ຄຸສະຊຶອົງເຊັນ ແລະເຮົາຍັງສາມາດໄປແຫຼ່ງທ່ອງທ່ຽວຂອງແຂວງໃກ້ຄຽງນຳອີກ ເນື່ອງຈາກວ່າແຂວງກຸນມະ ເປັນແຂວງທີ່ບໍ່ຫ່າງຈາກນະຄອນໂຕກຽວພໍປານໃດ ເຮົາສາມາດໄປມາຫາສູ່ໄດ້ຢ່າງສະດວກສະບາຍ, ໄປສຳພັດກັບບັນຍາກາດໃນນະຄອນຫຼວງໂຕກຽວ ທີ່ມີຄວາມແຕກຕ່າງຈາກບ້ານເຮົາອີກດ້ວຍ.
ສຸດທ້າຍນີ້ ຂໍຂອບໃຈ ບໍລິສັດ AMIP Group ທີ່ໄດ້ໃຫ້ໂອກາດດີໆຄັ້ງນີ້ແກ່ຂ້າພະເຈົ້າ ແລະມອບຄວາມອົບອຸ່ນຄືກັບຄອບຄົວໃຫ້ແກ່ຂ້າພະເຈົ້າ ນອກນັ້ນຍັງມອບສະຫວັດດີການດີໆກ່ຽວກັບໜ້າວຽກຄືກັບຄົນຍີ່ປຸ່ນເລີຍ. ຂ້າພະເຈົ້າຈະພະຍາຍາມເຮັດວຽກໃຫ້ກັບອົງກອນຂອງພວກທ່ານສຸດຄວາມສາມາດ ແລະຈະພັດທະນາຕົນເອງໄປໃນທາງທີ່ດີຂຶ້ນຕະຫຼອດໄປ. ຂໍຂອບໃຈ.